ບໍລິການຂອງພວກເຮົາມີການກວດສອບ ປະເມີນ ແລະ ສ້ອມແປງອຸປະກອນຂອງ Apple ທຸກປະເພດທີ່ຈຳໜ່າຍຢ່າງເປັນທາງການໃນລາວ.
ເຊີ່ງລວມເຖຶງ MacBook Pro, MacBook Air, Mac, iPhone, iPad, AirPods, Apple TV ແລະ ອຸປະກອນເສີມ. iService ໃຫ້ບໍລິການແກ່ລູກຄ້າທັງດ້ານບຸກຄົນ ທຸລະກິດ ພາກລັດ ແລະ ສະຖາບັນການສຶກສາ. ພວກເຮົາເປັນທີ່ຮູ້ຈັກໃນດ້ານການບໍລິການທີ່ວ່ອງໄວ ອັດຕາການສ້ອມແປງທີ່ສຳເລັດສູງ ແລະ ການໄດ້ຮັບຄຳຊື່ນຊົມຈາກລູກຄ້າຢ່າງຕໍ່ເນື່ອງ.
ໃຫ້ອຸປະກອນ Apple ຂອງທ່ານກັບມາເຮັດວຽກໄດ້ຢ່າງສົມບູນຄືເກົ່າ. ຊ່າງທີ່ໄດ້ຮັບການຝຶກອົບຮົມຈາກ Apple ຂອງພວກເຮົາ ໃຊ້ເຄື່ອງມືແລະວິທີການກວດສອບທີ່ Apple ອະນຸມັດໃນການສ້ອມແປງທຸກການສອ້ມ. ພວກເຮົາໃຊ້ສະເພາະອາໄຫຼ່ Apple ແທ້, ນີ້ຫມາຍຄວາມວ່າການສ້ອມແປງທຸກຄັ້ງຂອງພວກເຮົາໄດ້ຮັບການຮັບຮອງຈາກ Apple ແລະ ມີການສະໜັບສະໜູນຈາກ Apple.
ພວກເຮົາສາມາດປ່ຽນໜ້າ iPhone ຈໍແຕກ ແລະ ສາມາດຮັບຄືນໃນມື້ດຽວ. ພວກເຮົາໃຊ້ແຕ່ອາໄຫຼ່ແທ້ຈາກ Apple ເພື່ອໃຫ້ການສ້ອມແປງທີ່ໄດ້ຮັບການຮັບຮອງຈາກ Apple ແລະໄດ້ຮັບການສະໜັບສະໜູນຈາກ Apple ເຮັດໃຫ້ອຸປະກອນ iPhone ຂອງທ່ານກັບມາເຮັດວຽກໄດ້ຢ່າງຖືກຕ້ອງຄືເກົ່າ.
ພຽງທ່ານນຳ iPhone ຂອງທ່ານມາໃຫ້ພວກເຮົາກ່ອນ ເວລາ 3:00 ໂມງ, ພວກເຮົາສາມາດສ້ອມໃຫ້ແລ້ວ ແລະ ສາມາດຮັບຄືນໄດ້ພາຍໃນມື້ດຽວ. ບໍລິການສ້ອມພາຍໃນມື້ດຽວສາມາດນຳໃຊ້ໄດ້ໃນ iPhone ຫຼາຍລຸ້ນ.