ກຽມອຸປະກອນຂອງທ່ານໃຫ້ພ້ອມ
ເພື່ອປົກປ້ອງຂໍ້ມູນຂອງທ່ານ ແລະ ປະຢັດເວລາ ກະລຸນາປະຕິບັດຕາມຂັ້ນຕອນເຫຼົ່ານີ້ກ່ອນນຳອຸປະກອນມາຮັບບໍລິການ.
ກ່ອນທີ່ທ່ານຈະນຳອຸປະກອນມາສົ່ງສ້ອມແປງ.
ປະຕິບັດຕາມຂັ້ນຕອນເຫຼົ່ານີ້ກ່ອນທີ່ຈະນຳອຸປະກອນຂອງທ່ານໄປທີ່ຮ້ານ Apple Store, ສູນບໍລິການທີ່ໄດ້ຮັບອະນຸຍາດຈາກ Apple, ຫຼືຜູ້ໃຫ້ບໍລິການ. ຖ້າອຸປະກອນຂອງທ່ານເປີດບໍ່ຕິດ ຫຼື ບໍ່ຕອບສະໜອງ, ໃຫ້ດຳເນີນຕາມຂັ້ນຕອນໃຫ້ໄດ້ຫຼາຍທີ່ສຸດ:
- ສຳຮອງຂໍ້ມູນ (Backup) ອຸປະກອນ iOS ຂອງທ່ານ.
- ກຽມລະຫັດຜ່ານ Apple ID ໄວ້ໃຫ້ພ້ອມ. ສຳລັບການສ້ອມແປງບາງຢ່າງ ຈະຕ້ອງໃຊ້ Apple ID ເພື່ອປິດຟັງຊັນຄົ້ນຫາ iPhone “Find My iPhone”.
- ນຳໃບຊື້ຂາຍມານຳ (ຖ້າມີ), ໃນກໍລະນີທີ່ຕ້ອງການຫຼັກຖານການຊື້.
- ນຳອຸປະກອນເສີມທີ່ທ່ານຕ້ອງການໃຫ້ຊ່ວຍກວດສອບມານຳ.
- ນຳບັດປະຈຳຕົວ ເຊັ່ນ ໃບຂັບຂີ່, ໜັງສືເດີນທາງ ຫຼື ບັດປະຈຳໂຕມານຳ.
- ຖ້າທ່ານຍັງບໍ່ກຽມພ້ອມ ສາມາດໂທເຊັກກ່ອນວ່າຈຳເປັນຕ້ອງນັດໝາຍຫຼືບໍ່, ເຊັ່ນຈອງຄິວກ່ອນທີ່ຈະເຂົ້າມາຮັບບໍລິການ.
ກ່ອນທີ່ຈະສົ່ງອຸປະກອນຂອງທ່ານ
ປະຕິບັດຂັ້ນຕອນເຫຼົ່ານີ້ກ່ອນທີ່ຈະສົ່ງອຸປະກອນຂອງທ່ານມາສ້ອມແປງ. ຖ້າເຄື່ອງເປີດໄດ້ ຫຼື ຕອບສະຫນອງ, ໃຫ້ດຳເນີນຕາມຂັ້ນຕອນໃຫ້ໄດ້ຫຼາຍທີ່ສຸດເທົ້າທີ່ຈະເຮັດໄດ້.
- ຖ້າທ່ານຕ້ອງສົ່ງ iPhone ທີ່ເຊື່ອມກັບ Apple Watch ໃຫ້ຍົກເລີກການເຊື່ອມຕໍ່ (unpair) ອອກກ່ອນ,ເມື່ອຍົກເລີກການເຊື່ອມຕໍ່ iPhone ຂອງທ່ານຈະສ້າງການສຳຮອງຂໍ້ມູນ (backup) ໃໝ່ຂອງ Apple Watch ອັດຕະໂນມັດ. ທ່ານສາມາດໃຊ້ການສຳຮອງນີ້ເພື່ອກູ້ຄືນຂໍ້ມຸນສຳຮອງ Apple Watch ຫຼັງຈາກ iPhone ສ້ອມແປງແລ້ວ.
- ສຳຮອງຂໍ້ມູນ (Backup) ອຸປະກອນ iOS ຂອງທ່ານ.
- ເຂົ້າໄປທີ່ Settings → Messages ແລ້ວປິດ iMessage.
- ລຶບຂໍ້ມູນໃນອຸປະກອນຂອງທ່ານ.ໄປທີ່ Settings → General → Reset → Erase All Content and Settings. ຖ້າລະບົບຖາມ, ໃຫ້ໃສ່ລະຫັດຜ່ານ ແລະ Apple ID ຂອງທ່ານ.ຖ້າທ່ານບໍ່ສາມາດລຶບອຸປະກອນໄດ້ເນື່ອງຈາກເປີດບໍ່ໄດ້ ຫຼື ບໍ່ຕອບສະນອງ, ທ່ານສາມາດລຶບໄດ້ຈາກ iCloud.com.
- ກວດໃຫ້ແນ່ໃຈວ່າໄດ້ປິດ Activation Lock ແລ້ວ.
- ນໍາຊິມກາດ, ເຄດ ຫຼື ຟິມກັນຈໍອອກຈາກອຸປະກອນຂອງທ່ານ, ເກັບສາຍສາກ ແລະ ອຸປະກອນສາກໄວ້.
ສຳລັບຂໍ້ມູນແລະການຮຽນຮູ້ເພີ່ມເຕີມກ່ຽວກັບຜະລິດຕະພັນ Apple ກະລຸນາເຂົ້າໄປທີ່ Apple Support YouTube Channel.