ກ່ຽວກັບພວກເຮົາ

ບໍລິສັດ ແອວທົງຮວດ ເທເລຄອມ ( LTH ) ໄດ້ສ້າງຕັ້ງຂື້ນໃນປີ 2005 , ໂດຍເປັນຜູ້ຈຳໜ່າຍໂທລະສັບມືຖືຊັ້ນນຳໃນ ສປປລາວ , ເຊີ່ງໄດ້ເປັນຜູ້ລິເລີ້ມໃນອຸດສາຫະກຳທີ່ກ້າວໜ້າດັ່ງກ່າວ, ໂດຍ LTH ມີວິໄສທັດທີ່ເປັນເອກະລັກເພື່ອສ້າງຄຸນຄ່າທີ່ຍືນຍົງແລະສ້າງຄວາມແຕກຕ່າງທີ່ແທ້ຈິງໃນການໃຊ້ຊີວິດຂອງຄົນລາວ.

ຕະລອດໄລຍະທີ່ຜ່ານມາ, LTH ໄດ້​ຮັບ​​ປະ​ສົບ​ການ​ແລະ​ຄວາມ​ເຂົ້າ​ໃຈກຽວກັບຄວາມຊັບຊ້ອນຂອງຕະຫລາດລາວ ແລະ ຕໍ່ມາໄດ້ພັດທະນາກົນລະຍຸດທີ່ເໝາະສົມກັບຄວາມຕ້ອງການແລະຄວາມຄາດຫວັງຂອງຕະຫລາດ,​LTH ສ້າງຊື່ສຽງໃນຖານະຜູ້ຈຳໜ່າຍໂທລະສັບມືຖືຂັ້ນຊັ້ນນຳຜ່ານຄວາມໄວ້ວາງໃຈແລະຄວາມເຊື່ອຖືຂອງຜະລິດຕະພັນນຳໄປສູ້ຕະຫລາດທີ່ໄດ້ຮັບການຍອມຮັບໃນຍີ່ຫໍ້ຕ່າງໆເຊັນ: Nokia, Samsung ແລະ Apple.

ໃນປີ 2015, LTH ໄດ້ເປີດຫ້ອງຂາຍແລກແລະເປັນແຫ່ງທຳອິດທີ່ຮວບຮ່ວມຫຼາກຫຼາຍຍີ່ຫໍ້ໄວ້ນຳກັນ, ຫ້ອງຂາຍນີ້ໄດ້ຖືກອອກແບບມາໃນຮູບແບບທີ່ຕ້ອງການໃຫ້ລູກຄ້າມາພຽງຈຸດດຽວແລ້ວໄດ້ຄົບທຸກຄວາມຕ້ອງການ,ທັງເຄື່ອງໃຊ້ໄຟຟ້າພາຍໃນເຮື່ອນແລະໂທລະສັບມືຖື, ພວກເຮົາໄດ້ນຳເອົາຄວາມຫຼາກຫຼາຍຂອງຜະລິດຕະພັນແລະຫຼາກຫຼາຍຍີ່ຫໍ່ທີ່ມີຊື້ສຽງເຊັນ: ຍີ່ຫໍ້ Faber ( ເຊີ່ງເປັນຍີ່ຫໍ້ທີ່ໄດ້ຮັບຄວາມນິຍົມແລະເປັນທີ່ຮູ້ກັນດີໃນປະເທດມາເລຍເຊຍເຖີງການອອກແບບແລະຄຸນນະພາບ ), Philips, Gree, Electrolux ແລະ ອີກຫຼາກຫຼາຍຍີ່ຫໍ້.

“ພວກເຮົາມີຄວາມຕັ້ງໃຈທີ່ຈະກາຍເປັນຜູ້ນຳດ້ານອຸດສາຫະກຳຂະແໜງດັ່ງກ່າວນີ້ໃນ ສປປລາວ ແລະ ຂະຫຍາຍການບໍລິການຂອງພວກເຮົາໃຫ້ທົ່ວເຖີງທຸກພື້ນທີ່ທົ່ວປະເທດໃນອານາຄົດອັນໃກ້ນີ້”

ວິໃສທັດຂອງພວກເຮົາແມ່ນເພື່ອສ້າງການຮ່ວມມືແລະເຮັດວຽກໃຫ້ປະສົບຜົນສຳເຫຼັດກັບດັນດາຍີ່ຫໍ້ຕ່າງໆທັງພາຍໃນແລະຕ່າງປະເທດເພື່ອໃຫ້ລູກຄ້າໄດ້ຮັບຜະລິດຕະພັນແລະການບໍລິການທີ່ດີທີ່ສຸດ, ໂດຍສ້າງຄຸນຄ່າທີ່ຍືນຍົງແລະສ້າງຄວາມແຕກຕ່າງທີ່ແທ້ຈິງໃນການດຳລົງຊີວິດຂອງລູກຄ້າຂອງພວກເຮົາໂດຍຜ່ານການສະໜອງສິນຄ້າແລະການບໍລິການທີ່ໂດດເດັ່ນຂອງພວກເຮົາ.